ການຊົດເຊີຍເງິນສຳລັບການຫວ່າງງານເນື່ອງຈາກການລະບາດຂອງພະຍາດຂອງລັດຖະບານກາງ (FPUC)
ສະພາບລວມ
ການຊົດເຊີຍເງິນສຳລັບການຫວ່າງງານເນື່ອງຈາກການລະບາດຂອງພະຍາດຂອງລັດຖະບານກາງ (FPUC) ເປັນໂຄງການພາຍໃຕ້ພະລາດຊະບັນຍັດວ່າດ້ວຍການຊ່ວຍເຫຼືອ, ການບັນເທົາທຸກ ແລະ ຄວາມໝັ້ນຄົງທາງດ້ານເສດຖະກິດ (CARES) ເນື່ອງຈາກໄວຣັສໂຄໂຣນາ ປີ 2020 ທີ່ໃຫ້ການຈ່າຍເງິນເພີ່ມເຕີມແກ່ບຸກຄົນເຫຼົ່ານັ້ນທີ່ຈະໄດ້ຮັບເງິນປະກັນການຫວ່າງງານຂອງລັດ ຫຼື ລັດຖະບານກາງ. ເປັນການໃຫ້ເງິນໂດຍລັດຖະບານກາງບໍ່ແມ່ນພາສີການຫວ່າງງານຂອງລັດທີ່ຈ່າຍໂດຍນາຍຈ້າງ.
ການຊົດເຊີຍເງິນສຳລັບການຫວ່າງງານເນື່ອງຈາກການລະບາດຂອງພະຍາດຂອງລັດຖະບານກາງ (FPUC):
- ການຈ່າຍເງິນເພີ່ມເຕີມ $600 ຕໍ່ອາທິດໃຫ້ກັບທຸກຄົນຜູ້ທີ່ມີຄຸນສົມບັດສຳລັບຜົນປະໂຫຍດການຫວ່າງງານໃໝ່ ຫຼື ມີຢູ່ແລ້ວ, ລວມທັງການຈ່າຍເງິນປະກັນການຫວ່າງງານ (UI), ການຊົດເຊີຍເງິນການຫວ່າງງານສຳລັບພະນັກງານລັດຖະບານກາງ (UCFE), ການຊົດເຊີຍເງິນການຫວ່າງງານສຳລັບ Ex-Servicemembers (UCX), ການຊົດເຊີຍເງິນການຫວ່າງງານກໍລະນີສຸກເສີນເນື່ອງຈາກການລະບາດຂອງພະຍາດ (PEUC), ການໃຫ້ຄວາມຊ່ວຍເຫຼືອການຫວ່າງງານເນື່ອງຈາກການລະບາດຂອງພະຍາດ (PUA), ຜົນປະໂຫຍດເພີ່ມເຕີມ (EB), ການຊົດເຊີຍໄລຍະສັ້ນ / ການນເຮັດວຽກຮ່ວມກັນແບບສະໝັກໃຈ (STC/VSW), ຄ່າໃຊ້ຈ່າຍໃນການຈັດການຄ້າຄືນໃໝ່ (TRA) ແລະ ການຊ່ວຍເຫຼືອກໍລະນີຫວ່າງງານຍ້ອນໄພພິບັດ (DUA). ໂຄງການທີ່ບໍ່ໄດ້ຮັບ FPUC ເປັນຜົນປະໂຫຍດໃນການຂະຫຍາຍການເຝິກອົບຮົມ (TEB) ແລະ ການປິດກິດຈະການ.
- ວັນທີເລີ່ມຕົ້ນ: ວັນທີ 29 ມີນາ 2020 (ອາທິດສິ້ນສຸດ ວັນທີ 4 ເມສາ 2020)
- ວັນທີສິ້ນສຸດ: ອາທິດສິ້ນສຸດ ວັນທີ 25 ກໍລະກົດ 2020
ຄຳເຕືອນການສໍ້ໂກງ!
- ຖ້າທ່ານສ້າງ ຫຼື ເຮັດໃຫ້ບຸກຄົນອື່ນໃຫ້ຂໍ້ຄວາມທີ່ບໍ່ມີຄວາມຈິງແບບຕັ້ງໃຈ ຫຼື ຕັ້ງໃຈເຮັດໃຫ້ ຫຼື ເປັນສາເຫດໃຫ້ບຸກຄົນອື່ນບໍ່ສາມາດເປີດເຜີຍຄວາມຈິງທີ່ສຳຄັນ ແລະ ເປັນຜົນເຮັດໃຫ້ໄດ້ຮັບຈຳນວນເງິນຊົດເຊີຍການຫວ່າງງານເນື່ອງຈາກການລະບາດຂອງພະຍາດຂອງລັດຖະບານກາງທີ່ທ່ານບໍ່ມີສິດທີ່ຈະໄດ້ຮັບ, ທ່ານຈະຕ້ອງຖືກດຳເນີນຄະດີຕາມມາດຕາ 19 ວັກ 1001 ໃນຂໍ້ 18, ສະຫະລັດ ອາເມລິກາ. ບຸກຄົນທີ່ພົບວ່າໄດ້ກະທຳການສໍ້ໂກງ ແລະ ໄດ້ຖືກຕັດສິດເປັນເວລາໜຶ່ງອາທິດຕໍ່ມາ (ຫຼື ຫຼາຍອາທິດ) ຂອງການປະກັນການຫວ່າງງານທີ່ລວມທັງການຈ່າຍເງິນຂອງ FPUC ຈະບໍ່ມີສິດໄດ້ຮັບເງິນເພີ່ມເຕີມຂອງ FPUC ໃນອະນາຄົດຫຼັງຈາກທີ່ຖືກຕັດສິດ.
- ການອອກຈາກວຽກໂດຍບໍ່ມີສາເຫດເພື່ອຮັບຜົນປະໂຫຍດເພີ່ມເຕີມພາຍໃຕ້ໂຄງການ UI ປົກກະຕິ ຫຼື ພະລາດຊະບັນຍັດ CARES ຖືວ່າເປັນການສໍ້ໂກງ. ຖ້າທ່ານໄດ້ຮັບຜົນປະໂຫຍດເຫຼົ່ານີ້ຜ່ານການສໍ້ໂກງ, ທ່ານຈະບໍ່ມີສິດໄດ້ຮັບການຈ່າຍຜົນປະໂຫຍດເພີ່ມເຕີມໃດໆ, ຈະຕ້ອງຈ່າຍຄືນຜົນປະໂຫຍດ ແລະ ຕ້ອງຖືກດຳເນີນຄະດີທາງຍາອາຕາມມາດຕາ 1001 ຂໍ້ 18, ຂອງສະຫະລັດອາເມລິກາ.
- ການນຳສະເໜີທີ່ຜິດພາດໂດຍເຈດຕະນາໃນການລາຍງານກ່ຽວກັບລາຍໄດ້ທີ່ໄດ້ຮັບໃນຊ່ວງໜຶ່ງອາທິດຂອງການຮຽກຮ້ອງເອົາຄ່າທົດແທນປະຈຳອາທິດແບບຕໍ່ເນື່ອງຂອງການປະກັນການຫວ່າງງານອາດສົ່ງຜົນໃຫ້ເກີດການສໍ້ໂກງ, ການຕັດສິດຈາກຜົນປະໂຫຍດ ແລະ ການຈ່າຍຜົນປະໂຫຍດຫຼາຍເກີນໄປ, ນອກເໜືອໄປຈາກບົດລົງໂທດອື່ນໆ ແລະ ການດຳເນີນຄະດີທາງອາຍາທີ່ອາດເກີດຂຶ້ນ.
ຂໍ້ມູນສຳຄັນອື່ນໆສຳລັບຜູ້ອ້າງສິດ
- ຄວາມຮັບຜິດຊອບໃນການຊ່ວຍເຫຼືອເດັກຈະຕ້ອງຖືກຫັກອອກຈາກການຈ່າຍເງິນຂອງ FPUC ໃນລັກສະນະດຽວກັນກັບທີ່ພວກເຂົາຈະໄດ້ຮັບຜົນປະໂຫຍດການປະກັນການຫວ່າງງານຕາມປົກກະຕິ.
- ການຈ່າຍເງິນຂອງ FPUC ຕ້ອງໄດ້ເສຍພາສີ. ການຈ່າຍເງິນເຫຼົ່ານີ້ຈະຕ້ອງລວມເຂົ້າໃນ 1099G ຂອງທ່ານທີ່ທ່ານໄດ້ຮັບສຳລັບປີພາສີ 2020. ພາສີຈະຕ້ອງຖືກຫັກອອກຈາກຈຳນວນເງິນທີ່ຈ່າຍຂອງ FPUC ຖ້າທ່ານໄດ້ເລືອກທີ່ຈະໃຫ້ມີການຫັກຈາກຜົນປະໂຫຍດປະກັນການຫວ່າງງານຂອງທ່ານ.
ຂໍ້ມູນສຳລັບນາຍຈ້າງ
- ນາຍຈ້າງຈະບໍ່ຖືກຮຽກເກັບເງິນສຳລັບຜົນປະໂຫຍດທີ່ຈ່າຍໃຫ້ກັບລູກຈ້າງທີ່ໄດ້ຮັບ FPUC.
- ຖ້າທ່ານໄດ້ສະເໜີວຽກໃຫ້ກັບລູກຄ້າເມື່ອການລະບາດສິ້ນສຸດລົງ ແລະ ລູກຈ້າງຂອງທ່ານປະຕິເສດທີ່ຈະກັບໄປເຮັດວຽກ, ທ່ານຈະຕ້ອງແຈ້ງໃຫ້ຝ່າຍພັດທະນາແຮງງານຂອງໄອໂອວາ ທີ່ນີ້: https://www.iowaworkforcedevelopment.gov/job-offer-decline-form-employers
- ນາຍຈ້າງຄວນຈະກວດສອບໃຫ້ແນ່ໃຈວ່າພວກເຂົາໄດ້ສົ່ງລາຍງານປະກັນການຫວ່າງງານປະຈຳໄຕມາດປະຈຸບັນ ແລະ ທັນເວລາ ເພື່ອໃຫ້ລູກຈ້າງຂອງຕົນໄດ້ຮັບຜົນປະໂຫຍດໂດຍໄວທີ່ສຸດ.
- ນາຍຈ້າງຄວນຈະໂຕ້ຕອບທຸກການປະກາດແຈ້ງການກ່ຽວກັບການອ້າງສິດ (65-5317) ຫຼື ການແຈ້ງເຕືອນຂອງ SIDES ຖ້າມີການຍື່ນການອ້າງສິດສຳລັບບາງຄົນທີ່ບໍ່ໄດ້ເຮັດວຽກ ເນື່ອງຈາກເຫດຜົນອື່ນໆນອກຈາກ COVID-19.
- ນາຍຈ້າງຄວນໂຕ້ຕອບຄືນຕໍ່ກັບການປະກາດແຈ້ງການກ່ຽວກັບການອ້າງສິດ (65-5317) ຫຼື ການແຈ້ງເຕືອນຂອງ SIDES ເພື່ອລາຍງານການລາປ່ວຍທີ່ໄດ້ຮັບເງິນຄ່າຈ້າງ ຫຼື ຜົນປະໂຫຍດການລາພັກອື່ນໆທີ່ໄດ້ຮັບຄ່າຈ້າງ.
ຂໍ້ມູນສຳລັບລູກຈ້າງ / ຄົນງານທີ່ໄດ້ຮັບຜົນກະທົບຈາກ COVID-19
- ຖ້າທ່ານບໍ່ໄດ້ເຮັດວຽກອັນເປັນຜົນມາຈາກ COVID-19, ທ່ານຈະຕ້ອງຍື່ນໃບສະໝັກຮຽກຮ້ອງປະກັນການຫວ່າງງານ ທາງອອນລາຍ ເພື່ອຮັບການປະກັນການຫວ່າງງານໃນທຸກໆຮູບແບບ.
- ການອ້າງສິດຂອງທ່ານຈະໄດ້ຮັບການກວດສອບວ່າທ່ານມີສິດສຳລັບ FPUC ຫຼືບໍ່. ຖ້າທ່ານມີສິດໄດ້ຮັບເງິນຜົນປະໂຫຍດໃດໜຶ່ງຂອງລັດ ຫຼື ລັດຖະບານກາງໃນອາທິດໃດໜຶ່ງ ນັບຕັ້ງແຕ່ວັນທີ 29 ມີນາ 2020 ເຖິງວັນທີ 25 ກໍລະກົດ 2020 ທ່ານຈະມີສິດໄດ້ຮັບເງິນທີ່ຈ່າຍຂອງ FPUC.
- ເມື່ອທ່ານໄດ້ຮັບເງິນທີ່ຈ່າຍໃນໂຄງການ FPUC, ທ່ານຍັງຈະຕ້ອງໄດ້ລາຍງານການຮຽກຮ້ອງປະຈຳອາທິດຂອງທ່ານໃນແຕ່ລະອາທິດເພື່ອຮັບເອົາເງິນ. ທ່ານຈະໄດ້ຮັບເງິນຜ່ານວິທີການຈ່າຍແບບດຽວກັນກັບທີ່ທ່ານໄດ້ຮັບເງິນໃນຜົນປະໂຫຍດອື່ນໆ
ການມີສິດໄດ້ຮັບຂອງແຕ່ລະຄົນ
ເພື່ອໃຫ້ມີສິດໄດ້ຮັບຜົນປະໂຫຍດພາຍໃຕ້ການຊົດເຊີຍເງິນສຳລັບການຫວ່າງງານເນື່ອງຈາກການລະບາດຂອງພະຍາດຂອງລັດຖະບານກາງ, ແຕ່ລະຄົນຈະຕ້ອງ:
- ມີສິດສຳລັບໂຄງການປະກັນການຫວ່າງງານຂອງລັດ ຫຼື ລັດຖະບານກາງ ແລະ
- ມີສິດໄດ້ຮັບຢ່າງໜ້ອຍ $1 ໃນໂຄງການປະກັນການຫວ່າງງານ ຫຼື
- ການຈ່າຍເງິນສຳລັບການຫວ່າງງານທັງໝົດຖືກລະງັບໄວ້ ເພື່ອຊົດເຊີຍການຈ່າຍເງິນທີ່ເກີນທີ່ບໍ່ແມ່ນການສໍ້ໂກງ.
- ສາມາດ ແລະ ພ້ອມສຳລັບການເຮັດວຽກ ແລະ ການຊອກຫາວຽກຢ່າງຂະຫຍັນຂັນແຂງ, ເວັ້ນເສຍແຕ່ບໍ່ສາມາດເຮັດໄດ້ເນື່ອງຈາກເຫດຜົນທີ່ກ່ຽວຂ້ອງກັບ COVID-19
- ຕື່ມແບບຟອມ ແລະ ເກັບຮັກສາບັນທຶກການຊອກຫາວຽກ (ຖ້າຕ້ອງການຊອກຫາວຽກໃນການອ້າງສິດຂອງທ່ານ)
- ລາຍງາຍລາຍໄດ້ທີ່ຄວບຄຸມໃດໜຶ່ງທີ່ໄດ້ຮັບລະຫວ່າງອາທິດທີ່ຖືກອ້າງສິດ. ລາຍໄດ້ທີ່ໄດ້ຮັບການຄຸ້ມຄອງລວມເຖິງ, ແຕ່ບໍ່ຈຳກັດເຖິງ, ເດືອນ, ຄ່າຈ້າງເວລາພັກເຈັບປ່ວຍ, ຄ່າລາພັກຮ້ອນ ແລະ ຄ່າຈ້າງມື້ພັກ.
ຂ້ອຍຈະຕ້ອງເຮັດແນວໃດແດ່?
- ຖ້າທ່ານຍັງບໍ່ທັນໄດ້ດຳເນີນການ, ໃຫ້ຍື່ນການອ້າງສິດທາງອອນໄລໄດ້ທີ່ https://www.iowaworkforcedevelopment.gov/file-claim-unemployment-insurance-benefits
- ຖ້າທ່ານໄດ້ຍື່ນການອ້າງສິດປະກັນການຫວ່າງງານໃນຫວ່າງບໍ່ດົນມານີ້, ການຈ່າຍເງິນຫວ່າງງານເພີ່ມເຕີມຂອງ FPUC ຈະຖືກເພີ່ມເຂົ້າໃນອາທິດການຫວ່າງງານໃນອະນາຄົດ ເນື່ອງຈາກພະແນກໄດ້ກຳນົດໂຄງການນັ້ນແລ້ວ. ຫຼັງຈາກວັນທີທີ່ມີຜົນບັງຄັບໃຊ້ຂອງໂຄງການນີ້ແລ້ວ, ການຈ່າຍເງິນຄືນຈະຖືກດຳເນີນການຖ້າວ່າທ່ານມີສິດໄດ້ຮັບ.
- ຍື່ນການອ້າງສິດປະຈຳອາທິດ: https://www.iowaworkforcedevelopment.gov/file-weekly-continued-claim
ຊົ່ວໂມງໃນການສົ່ງການອ້າງສິດປະຈຳອາທິດ
ວັນອາທິດ - 8:00 ໂມງເຊົ້າ ຫາ 7:30 ແລງ
ວັນຈັນ ຫາ ວັນສຸກ - 8:00 ໂມງເຊົ້າ - 5:30 ແລງ
ສຳລັບຄຳຖາມສະເພາະເຈາະຈົງກ່ຽວກັບການອ້າງສິດຂອງທ່ານ, ກະລຸນາຕິດຕໍ່ uiclaimshelp@iwd.iowa.gov ຫຼື ໂທຫາພວກເຮົາທີ່ເບີ 866-239-0843.