ການໃຫ້ຄວາມຊ່ວຍເຫຼືອການຫວ່າງງານເນື່ອງຈາກການລະບາດຂອງພະຍາດ
ສະພາບລວມ
ການໃຫ້ຄວາມຊ່ວຍເຫຼືອການຫວ່າງງານເນື່ອງຈາກການລະບາດຂອງພະຍາດ (PUA) ເປັນໂຄງການພາຍໃຕ້ພະລາດຊະບັນຍັດວ່າດ້ວຍການຊ່ວຍເຫຼືອ, ການບັນເທົາທຸກ ແລະ ຄວາມໝັ້ນຄົງທາງດ້ານເສດຖະກິດ (CARES) ເນື່ອງຈາກໄວຣັສໂຄໂຣນາ ປີ 2020 ທີ່ໃຫ້ລາຍໄດ້ຊົ່ວຄາວແກ່ບຸກຄົນທີ່ມີຄຸນສົມບັດເໝາະສົມ ເຊິ່ງກາຍເປັນຜູ້ຫວ່າງງານເນື່ອງຈາກການລະບາດຄັ້ງໃຫຍ່ຂອງ COVID-19 ແລະ ເປັນຜູ້ປະກອບອາຊີບອິດສະຫຼະ, ບໍ່ມີປະຫວັດການເຮັດວຽກທີ່ພຽງພໍທີ່ຈະມີສິດໄດ້ຮັບການອ້າງສິດ ຫຼື ໝົດສິດປະໂຫຍດການປະກັນການຫວ່າງງານໃນຮູບແບບອື່ນໆ. ເປັນການໃຫ້ເງິນໂດຍລັດຖະບານກາງບໍ່ແມ່ນພາສີການຫວ່າງງານຂອງລັດທີ່ຈ່າຍໂດຍນາຍຈ້າງ.
ການໃຫ້ຄວາມຊ່ວຍເຫຼືອການຫວ່າງງານເນື່ອງຈາກການລະບາດຂອງພະຍາດ (PUA):
- ຈຳນວນທີ່ຈະຈ່າຍ:
- ຈຳນວນເງິນທີ່ຈະຈ່າຍຕ່ຳສຸດສຳລັບແຕ່ລະຄົນຈະແມ່ນ
- $203 ຕໍ່ອາທິດ
- ຈຳນວນເງິນທີ່ຈະຈ່າຍສູງສຸດຈະແມ່ນ
- $481 ຕໍ່ອາທິດໂດຍບໍ່ມີຜູ້ຕິດຕາມ
- $591 ພ້ອມຜູ້ຕິດຕາມສີ່ຄົນ
- ຈຳນວນເງິນທີ່ຈະຈ່າຍຕ່ຳສຸດສຳລັບແຕ່ລະຄົນຈະແມ່ນ
- ໃຫ້ຜົນປະໂຫຍດລວມສູງເຖິງ 39 ອາທິດ
- ອາທິດທຳອິດທີ່ຕ້ອງຈ່າຍ: ຢ້ອນຫຼັງເຖິງວັນທີ 2 ກຸມພາ 2020 ຫຼື ອາທິດທຳອິດທີ່ບຸກຄົນອອກຈາກບ່ອນເຮັດວຽກເນື່ອງຈາກ COVID-19, ບໍ່ວ່າຈະໃນພາຍຫຼັງກໍ່ຕາ.
- ອາທິດສຸດທ້າຍທີ່ຕ້ອງຈ່າຍ: ອາທິດສິ້ນສຸດ ວັນທີ 26 ທັນວາ 2020
- ຈະຕ້ອງມີການອ້າງສິດໃນຖານະທີ່ມີສິດໄດ້ຮັບເງິນທີ່ໝົດສິດຜົນປະໂຫຍດ ຫຼື ບໍ່ມີປະຫວັດການເຮັດວຽກບາງຢ່າງໃນຊ່ວງ 18 ເດືອນຜ່ານມາ. ເຊິ່ງລວມເຖິງຜູ້ທີ່ມີກຳນົດເວລາທີ່ຈະເລີ່ມວຽກ ແລະ ບໍ່ສາມາດເລີ່ມໄດ້ ເນື່ອງຈາກ COVID-19 ແລະ ຜູ້ອ້າງສິດທີ່ບໍ່ມີສິດເນື່ອງຈາກບັນຫາການແຍກສິດໃນການອ້າງສິດຂອງພວກເຂົາ.
ຄຳເຕືອນການສໍ້ໂກງ !
- ຖ້າທ່ານສ້າງ ຫຼື ເຮັດໃຫ້ບຸກຄົນອື່ນໃຫ້ຂໍ້ຄວາມທີ່ບໍ່ມີຄວາມຈິງແບບຕັ້ງໃຈ ຫຼື ຕັ້ງໃຈເຮັດໃຫ້ ຫຼື ເປັນສາເຫດໃຫ້ບຸກຄົນອື່ນບໍ່ສາມາດເປີດເຜີຍຄວາມຈິງທີ່ສຳຄັນ ແລະ ເປັນຜົນເຮັດໃຫ້ໄດ້ຮັບການໃຫ້ຄວາມຊ່ວຍເຫຼືອການຫວ່າງງານເນື່ອງຈາກການລະບາດຂອງພະຍາດ, ທ່ານຈະຖືກດຳເນີນຄະດີຕາມມາດຕາ 19 ວັກ 1001 ໃນຂໍ້ 18, ສະຫະລັດ ອາເມລິກາ.
- ການອອກຈາກວຽກໂດຍບໍ່ມີສາເຫດທີ່ດີເພື່ອຮັບຜົນປະໂຫຍດ UI ນັ້ນເປັນການສໍ້ໂກງພາຍໃຕ້ PUA.
- ຖ້າວ່າ, ດ້ວຍເຫດຜົນທີ່ບໍ່ກ່ຽວຂ້ອງກັບ COVID-19, ທ່ານອອກຈາກວຽກໂດຍບໍ່ມີສາເຫດທີ່ດີ, ຈະຖືກຍົກເລີກເນື່ອງຈາກການປະພຶດທີ່ຜິດສິນທໍາ ຫຼື ປະຕິເສດທີ່ຈະເຮັດວຽກເມື່ອມີວຽກຢູ່, ທ່ານຈະຖືກຕັດສິດສຳລັບຜົນປະໂຫຍດຈາກໂຄງການໃດໜຶ່ງຂອງລັດ ຫຼື ຂອງລັດຖະບານກາງທີ່ມີຢູ່ໃນປະຈຸບັນ. ນີ້ໝາຍຄວາມວ່າ ເພື່ອຮັບຜົນປະໂຫຍດການຫວ່າງງານຂອງລັດ ຫຼື ຂອງລັດຖະບານກາງ, ທ່ານຈະຕ້ອງບໍ່ດຳເນີນການໃດໆທີ່ເຮັດໃຫ້ທ່ານອອກຈາກວຽກທີ່ບໍ່ກ່ຽວຂ້ອງກັບ COVID-19.
- ການນຳສະເໜີທີ່ຜິດພາດໂດຍເຈດຕະນາໃນການລາຍງານກ່ຽວກັບລາຍໄດ້ທີ່ໄດ້ຮັບໃນຊ່ວງໜຶ່ງອາທິດຂອງການຮຽກຮ້ອງເອົາຄ່າທົດແທນປະຈຳອາທິດແບບຕໍ່ເນື່ອງຂອງການປະກັນການຫວ່າງງານອາດສົ່ງຜົນໃຫ້ເກີດການສໍ້ໂກງ, ການຕັດສິດຈາກຜົນປະໂຫຍດ ແລະ ການຈ່າຍຜົນປະໂຫຍດຫຼາຍເກີນໄປ, ນອກເໜືອໄປຈາກບົດລົງໂທດອື່ນໆ ແລະ ການດຳເນີນຄະດີທາງອາຍາທີ່ອາດເກີດຂຶ້ນ.
ຂໍ້ມູນສຳຄັນອື່ນໆສຳລັບຜູ້ອ້າງສິດ
- ຄວາມຮັບຜິດຊອບໃນການຊ່ວຍເຫຼືອເດັກຈະຕ້ອງຖືກຫັກອອກຈາກການຈ່າຍເງິນຂອງ PUA ໃນລັກສະນະດຽວກັນກັບທີ່ພວກເຂົາຈະໄດ້ຮັບຜົນປະໂຫຍດການປະກັນການຫວ່າງງານຕາມປົກກະຕິ.
- ການຈ່າຍເງິນຂອງ PUA ຕ້ອງໄດ້ເສຍພາສີ. ການຈ່າຍເງິນເຫຼົ່ານີ້ຈະຕ້ອງລວມເຂົ້າໃນ 1099G ຂອງທ່ານທີ່ທ່ານໄດ້ຮັບສຳລັບປີພາສີ 2020. ພາສີຈະຕ້ອງຖືກຫັກອອກຈາກຈຳນວນເງິນທີ່ຈ່າຍຂອງ PUA ຖ້າທ່ານໄດ້ເລືອກທີ່ຈະໃຫ້ມີການຫັກຈາກຜົນປະໂຫຍດປະກັນການຫວ່າງງານຂອງທ່ານ.
ຂໍ້ມູນສຳລັບນາຍຈ້າງ
- ນາຍຈ້າງຈະບໍ່ຖືກຮຽກເກັບເງິນສຳລັບຜົນປະໂຫຍດທີ່ຈ່າຍໃຫ້ກັບລູກຈ້າງທີ່ໄດ້ຮັບ PUA.
- ຖ້າທ່ານໄດ້ສະເໜີວຽກໃຫ້ກັບລູກຄ້າເມື່ອການລະບາດສິ້ນສຸດລົງ ແລະ ລູກຈ້າງຂອງທ່ານປະຕິເສດທີ່ຈະກັບໄປເຮັດວຽກ, ທ່ານຈະຕ້ອງແຈ້ງໃຫ້ຝ່າຍພັດທະນາແຮງງານຂອງໄອໂອວາ ທີ່: https://www.iowaworkforcedevelopment.gov/job-offer-decline-form-employers
- ນາຍຈ້າງຄວນຈະກວດສອບໃຫ້ແນ່ໃຈວ່າພວກເຂົາໄດ້ຍື່ນພາສາປະກັນການຫວ່າງງານປະຈຸບັນ ແລະ ທັນເວລາ ເພື່ອໃຫ້ລູກຈ້າງຂອງຕົນໄດ້ຮັບຜົນປະໂຫຍດໂດຍໄວທີ່ສຸດ.
- ນາຍຈ້າງຄວນຈະໂຕ້ຕອບທຸກການປະກາດແຈ້ງການກ່ຽວກັບການອ້າງສິດ (65-5317) ຫຼື ການແຈ້ງເຕືອນຂອງ SIDES ຖ້າມີການຍື່ນການອ້າງສິດສຳລັບບາງຄົນທີ່ບໍ່ໄດ້ເຮັດວຽກ ເນື່ອງຈາກເຫດຜົນອື່ນໆນອກຈາກ COVID-19.
- ນາຍຈ້າງຄວນໂຕ້ຕອບຄືນຕໍ່ກັບການປະກາດແຈ້ງການກ່ຽວກັບການອ້າງສິດ (65-5317) ຫຼື ການແຈ້ງເຕືອນຂອງ SIDES ເພື່ອລາຍງານການລາປ່ວຍທີ່ໄດ້ຮັບເງິນຄ່າຈ້າງ ຫຼື ຜົນປະໂຫຍດການລາພັກອື່ນໆທີ່ໄດ້ຮັບຄ່າຈ້າງ.
ຂໍ້ມູນສຳລັບພະນັກງານ / ຜູ້ທີ່ເຮັດວຽກຂອງຕົນເອງທີ່ໄດ້ຮັບຜົນກະທົບຈາກ COVID-19
- ຖ້າທ່ານບໍ່ໄດ້ເຮັດວຽກອັນເປັນຜົນມາຈາກ COVID-19, ທ່ານຈະຕ້ອງຍື່ນໃບສະໝັກຮຽກຮ້ອງປະກັນການຫວ່າງງານ ທາງອອນລາຍ ເພື່ອຮັບການປະກັນການຫວ່າງງານໃນທຸກໆຮູບແບບ.
- ການອ້າງສິດຂອງທ່ານຈະໄດ້ຮັບການກວດສອບ ແລະ ພິຈາລະນາວ່າ ທ່ານມີການລາຍງານຄ່າຈ້າງໃນໄອໂອວາຫຼືບໍ່ ເພື່ອຮັບສິດໃນການອ້າງສິດປະກັນການຫວ່າງງານ. ທ່ານຈະໄດ້ຮັບຈົດໝາຍທາງໄປສະນີເປັນແຜ່ນເຈ້ຍສີຂຽວ ເພື່ອແຈ້ງໃຫ້ທ່ານຊາບວ່າ ທ່ານມີສິດສຳລັບການອ້າງສິດການຫວ່າງງານປົກກະຕິ. ທ່ານອາດຈະໄດ້ຮັບໜັງສືນີ້ຫຼັງຈາກສົ່ງຫຼັກຖານລາຍໄດ້ຂອງທ່ານແລ້ວ. ການສົ່ງໜັງສືນີ້ຈະຖືກສົ່ງເປັນຂັ້ນຕອນໃນຂະບວນການ ເພື່ອຮັບປະກັນວ່າທ່ານໄດ້ຮັບຜົນປະໂຫຍດໃນໂຄງການປະກັນການຫວ່າງງານທີ່ຖືກຕ້ອງ. ຖ້າທ່ານໄດ້ສົ່ງຫຼັກຖານລາຍໄດ້ແລ້ວ, ທ່ານບໍ່ຈຳເປັນຕ້ອງດຳເນີນການອື່ນໆ. ທ່ານຈະໄດ້ຮັບການຕິດຕໍ່ຖ້າມີຂໍ້ມູນເພີ່ມເຕີມ.
- ຖ້າທ່ານເປັນເຈົ້າຂອງກິດຈະການເອງ ແລະ ປະຕິເສດຜົນປະໂຫຍດ UI ປົກກະຕິ, ທ່ານຈະຕ້ອງສົ່ງຫຼັກຖານລາຍໄດ້ທາງອອນລາຍຕໍ່ຝ່າຍພັດທະນາແຮງງານຂອງໄອໂອວາ (IWD) ເພື່ອພິຈາລະນາສິດທິຂອງທ່ານສຳລັບ PUA. ຮູບແບບຫຼັກຖານທີ່ຍອມຮັບໄດ້ຖືກລະບຸໄວ້ເພີ່ມເຕີມໃນໜ້ານີ້ ໃນຫົວຂໍ້“ຂ້ອຍຈຳເປັນຕ້ອງໄດ້ຈັດຫາຫຍັງແດ່.” ລິ້ງສຳລັບສົ່ງຫຼັກຖານລາຍໄດ້ທາງອອນລາຍຄື: www.iowaworkforcedevelopment.gov/pua-application.
- ຈຳນວນຜົນປະໂຫຍດປະຈຳອາທິດຂອງທ່ານ ແລະ ຈຳນວນຜົນປະໂຫຍດສູງສຸດຂອງ PUA ຈະຂຶ້ນຢູ່ກັບລາຍໄດ້ຈາກເອກະສານທີ່ທ່ານສະໜອງໃຫ້ແກ່ IWD.
- ເມື່ອການອ້າງສິດຂອງທ່ານໝົດອາຍຸ, ທ່ານຈະຕ້ອງຍື່ນການອ້າງສິດໃໝ່, ເຖິງແມ່ນວ່າທ່ານຈະມີຍອດຄົງເຫຼືອຂອງ PUA ຢູ່ກໍ່ຕາມ.
ການມີສິດໄດ້ຮັບຂອງແຕ່ລະຄົນ
ເພື່ອໃຫ້ມີສິດໄດ້ຮັບຜົນປະໂຫຍດພາຍໃຕ້ການໃຫ້ຄວາມຊ່ວຍເຫຼືອການຫວ່າງງານເນື່ອງຈາກການລະບາດຂອງພະຍາດ, ແຕ່ລະຄົນຈະຕ້ອງ:
- ຈະຕ້ອງບໍ່ມີສິດສຳລັບຮູບແບບສະເພາະອື່ນໆຂອງການປະກັນການຫວ່າງງານ, ລວມທັງປະກັນການຫວ່າງງານ (UI), ການຊົດເຊີຍເງິນການຫວ່າງງານສຳລັບພະນັກງານລັດຖະບານກາງ (UCFE), ການຊົດເຊີຍເງິນການຫວ່າງງານສຳລັບ Ex-Servicemembers (UCX), ການຊົດເຊີຍເງິນການຫວ່າງງານກໍລະນີສຸກເສີນເນື່ອງຈາກການລະບາດຂອງພະຍາດ (PEUC), ຜົນປະໂຫຍດເພີ່ມເຕີມ (EB), ການຊົດເຊີຍໄລຍະສັ້ນ / ການນເຮັດວຽກຮ່ວມກັນແບບສະໝັກໃຈ (STC/VSW), ຫຼື
- ຈະຕ້ອງມີປະກັນການຫວ່າງງານໃນຮູບແບບອື່ນໆທີ່ໝົດແລ້ວທີ່ລະບຸໄວ້ຂ້າງເທິງ (ຖ້າມີ), ຫຼື
- ຈະຕ້ອງເປັນເຈົ້າຂອງກິດຈະການ ແລະ ບໍ່ມີສິດສຳລັບຮູບແບບໃດໜຶ່ງຂອງປະກັນການຫວ່າງງານທີ່ລະບຸໄວ້ຂ້າງເທິງ, ຫຼື
- ຈະຕ້ອງໄດ້ກຳນົດເວລາໃນການເລີ່ມຕົ້ນເຮັດວຽກໃຫ້ກັບນາຍຈ້າງ ແລະ ບໍ່ມີສິດໄດ້ຮັບໜຶ່ງໃນຮູບແບບຂອງການປະກັນການຫວ່າງງານທີ່ລະບຸໄວ້ຂ້າງເທິງ, ຫຼື
- ຈະຕ້ອງໄດ້ກຳນົດເວລາການເຮັດວຽກຂອງຕົນເອງ ແລະ ບໍ່ມີສິດໄດ້ຮັບໜຶ່ງໃນຮູບແບບຂອງການປະກັນການຫວ່າງງານທີ່ລະບຸໄວ້ຂ້າງເທິງ, ແລະ
- ຈະຕ້ອງບໍ່ມີຄຸນສົມບັດສຳລັບການອ້າງສິດປະກັນການຫວ່າງງານໃນລັດອື່ນໆ ຫຼື ເຂດແດນຂອງສະຫາລັດອາເມລິກາ, ແລະ
- ຈະຕ້ອງຫວ່າງງານເຕັມເວລາ ຫຼື ບາງເວລາສຳລັບໜຶ່ງໃນເຫດຜົນທີ່ມີຄຸນສົມບັດກ່ຽວກັບ COVID-19 ທີ່ລະບຸໄວ້ລຸ່ມນີ້
ເຫດຜົນທີ່ມີຄຸນສົມບັດກ່ຽວກັບ COVID-19:
ເພື່ອໃຫ້ມີສິດສຳລັບ PUA, ແຕ່ລະຄົນຈະຕ້ເອງເປັນຄົນຫວ່າງງານ, ຫວ່າງງານບາງສ່ວນ ຫຼື ບໍ່ສາມາດ ຫຼື ບໍ່ມີວຽກເຮັດເນື່ອງຈາກໜຶ່ງໃນເຫດຜົນທີ່ກ່ຽວຂ້ອງກັບ COVID-19 ທີ່ລະບຸໄວ້ລຸ່ມນີ້:
- ບຸກຄົນນັ້ນໄດ້ຮັບການບົ່ງມະຕິວ່າມີເຊື້ອ COVID-19 ຫຼື ມີອາການຂອງ COVID-19 ແລະ ກຳລັງຊອກຫາການບົ່ງມະຕິທາງການແພດຢູ່;
- ສະມາຊິກໃນຄົວເຮືອນຂອງແຕ່ລະຄົນໄດ້ຮັບການບົ່ງມະຕິວ່າມີເຊື້ອ COVID-19;
- ບຸກຄົນນັ້ນກຳລັງໃຫ້ການດູແລສະມາຊິກໃນຄອບຄົວ ຫຼື ສະມາຊິກໃນຄົວເຮືອນຂອງບຸກຄົນນັ້ນໄດ້ຮັບການບົ່ງມະຕິວ່າມີເຊື້ອ COVID-19;
- ເດັກ ຫຼື ບຸກຄົນອື່ນໃນຄົວເຮືອນນັ້ນມີຄວາມຮັບຜິດຊອບໃນການດູແລເບື້ອງຕົ້ນບໍ່ສາມາດໄປໂຮງຮຽນ ຫຼື ສະຖານທີ່ອື່ນໆທີ່ຖືກປິດອັນເປັນຜົນໂດຍກົງຈາກເຫດສຸກເສີນດ້ານສາທາລະນະສຸກກ່ຽວກັບ COVID-19 ແລະ ການດູແລໂຮງຮຽນ ຫຼື ສະຖານທີ່ດັ່ງກ່າວເປັນສິ່ງທີ່ຈຳເປັນສຳລັບຜູ້ທີ່ຈະໄປເຮັດວຽກ;
- ບຸກຄົນທີ່ບໍ່ສາມາດໄປເຖິງສະຖານທີ່ເຮັດວຽກຂອງພວກເຂົາໄດ້ ຍ້ອນມີການກັກກັນ ອັນເປັນຜົນໂດຍກົງຈາກເຫດສຸກເສີນດ້ານສາທາລະນະສຸກກ່ຽວກັບ COVID-19;
- ບຸກຄົນທີ່ບໍ່ສາມາດໄປເຖິງສະຖານທີ່ເຮັດວຽກຂອງພວກເຂົາໄດ້ ຍ້ອນບຸກຄົນນັ້ນໄດ້ຮັບຄຳແນະນຳຈາກຜູ້ໃຫ້ບໍລິການດ້ານການດູແລສຸຂະພາບ ເພື່ອກັກກັນຕົນເອງ ເນື່ອງຈາກມີຂໍ້ກັງວົນກ່ຽວກັບ COVID-19;
- ບຸກຄົນນັ້ນຖືກກຳນົດໃຫ້ເລີ່ມການຈ້າງງານ ແລະ ບໍ່ມີວຽກເຮັດ ຫຼື ບໍ່ສາມາດໄປຫາວຽກໄດ້ ອັນເປັນຜົນໂດຍກົງຈາກເຫດສຸກເສີນດ້ານສາທາລະນະສຸກກ່ຽວກັບ COVID-19;
- ບຸກຄົນນັ້ນກາຍເປັນຜູ້ຫາລ້ຽງຄອບຄົວ ຫຼື ຜູ້ສະໜັບສະໜູນຫຼັກສຳລັບຄົວເຮືອນ ຍ້ອນຫົວໜ້າຄອບຄົວເສຍຊີວິດເນື່ອງຈາກຜົນໂດຍກົງຂອງ COVID-19;
- ບຸກຄົນນັ້ນຕ້ອງລາອອກຈາກວຽກຂອງຕົນເນື່ອງຈາກຜົນໂດຍກົງຂອງ COVID 19; ຫຼື
- ສະຖານທີ່ເຮັດວຽກຂອງບຸກຄົນນັ້ນຖືກປິດອັນເປັນຜົນໂດຍກົງຈາກເຫດສຸກເສີນດ້ານສາທາລະນະສຸກກ່ຽວກັບ COVID-19.
ຜູ້ທີ່ບໍ່ມີສິດໄດ້ຮັບການຊົດເຊີຍການຫວ່າງງານສຸກເສີນເນື່ອງຈາກການລະບາດຂອງພະຍາດໄດ້ແກ່ບຸກຄົນ:
- ທີ່ມີຄວາມສາມາດເຮັດວຽກທາງໄກທີ່ມີການຈ່າຍເງິນ ແລະ ຍັງຄົງເຮັດວຽກໃນຈຳນວນຊົ່ວໂມງເທົ່າກັນ ແລະ ຈະໄດ້ຮັບການຈ່າຍເງິນເທົ່າເດີມ.
- ຜູ້ທີ່ໄດ້ຮັບການລາປ່ວຍທີ່ໄດ້ຮັບຄ່າຈ້າງ ຫຼື ຜົນປະໂຫຍດການລາພັກອື່ນໆທີ່ໄດ້ຮັບຄ່າຈ້າງ ແລະ ຜົນປະໂຫຍດເຫຼົ່ານັ້ນຈະເກີນຈຳນວນເງິນ PUA ປະຈຳອາທິດຂອງພວກເຂົາ.
- ໃຜມີສິດໄດ້ຮັບໂຄງການຫວ່າງງານອື່ນໆຂອງລັດ ຫຼື ຂອງລັດຖະບານກາງ [ລວມທັງປະກັນການຫວ່າງງານ (UI), ການຊົດເຊີຍເງິນການຫວ່າງງານສຳລັບພະນັກງານລັດຖະບານກາງ (UCFE), ການຊົດເຊີຍເງິນການຫວ່າງງານສຳລັບ Ex-Servicemembers (UCX), ການຊົດເຊີຍເງິນການຫວ່າງງານກໍລະນີສຸກເສີນເນື່ອງຈາກການລະບາດຂອງພະຍາດ (PEUC), ຜົນປະໂຫຍດເພີ່ມເຕີມ (EB), ການຊົດເຊີຍໄລຍະສັ້ນ / ການນເຮັດວຽກຮ່ວມກັນແບບສະໝັກໃຈ (STC/VSW), ການຊ່ວຍເຫຼືອກໍລະນີຫວ່າງງານຍ້ອນໄພພິບັດ (DUA) ແລະ ຜົນປະໂຫຍດໃນການຂະຫຍາຍການເຝິກອົບຮົມ (TEB).
ວິທີການສະໝັກສຳລັບການໃຫ້ຄວາມຊ່ວຍເຫຼືອການຫວ່າງງານເນື່ອງຈາກການລະບາດຂອງພະຍາດ (PUA)
ຂໍ້ຄວນເອົາໃຈໃສ່: ມີຜົນທັນທີ, ທ່ານສາມາດສົ່ງຫຼັກຖານລາຍໄດ້ຂອງທ່ານສຳລັບຄວາມຊ່ວຍເຫຼືອການຫວ່າງງານເນື່ອງຈາກລະບາດຂອງພະຍາດ (PUA) ຜ່ານເວັບໄຊທ໌ນີ້. มีผลทันทีคุณสามารถส่งหลักฐานรายได้ของคุณสำหรับการช่วยเหลือการว่างงานจากโรคระบาด (PUA) ผ่านเว็บไซต์นี้ PUA ເປັນສິດທິປະໂຫຍດຂອງລັດຖະບານກາງທີ່ມີໄວ້ສຳລັບຄົນງານທີ່ບໍ່ສາມາດເຮັດວຽກໄດ້ອັນເປັນຜົນມາຈາກການລະບາດຂອງ COVID-19 ແລະ ບໍ່ໄດ້ຮັບສິດທິປະໂຫຍດການປະກັນການຫວ່າງງານຂອງລັດ. ປະເພດຂອງການຈ້າງງານທີ່ PUA ຄອບຄຸມຖືກລະບຸໄວ້ລຸ່ມນີ້:
- ຜູ້ທີ່ເປີດກິດຈະການຂອງຕົນເອງ
- ຜູ້ຮັບເໝົາອິດສະຫຼະ
- ພະນັກງານທີ່ບໍ່ມີຜົນກຳໄລ
- ແຮງງານຮັບຈ້າງທົ່ວໄປ
- ຜູ້ເຮັດວຽກບໍ່ເຕັມເວລາຜູ້ທີ່ບໍ່ມີປະຫວັດການເຮັດວຽກພຽງພໍທີ່ຈະມີສິດໄດ້ຮັບການອ້າງສິດຂອງລັດໄອໂອວາ
ທ່ານຈະຕ້ອງສົ່ງຫຼັກຖານລາຍໄດ້ຂອງທ່ານ ເພື່ອຮັບສິດສຳລັບ PUA. ທ່ານສາມາດອັບໂຫຼດຫຼັກຖານລາຍໄດ້ຜ່ານເວັບໄຊທ໌ນີ້. ກະລຸນາປະຕິບັດຕາມຄຳແນະນຳລຸ່ມນີ້:
ຂັ້ນຕອນທີ 1: ສະໝັກສຳລັບສິດທິປະໂຫຍດຜູ້ຫວ່າງງານ
- ຖ້າທ່ານຍັງບໍ່ທັນໄດ້ດຳເນີນການ, ໃຫ້ຍື່ນການສະໝັກການອ້າງສິດປະກັນການຫວ່າງງານ ທີ່ນີ້: https://www.iowaworkforcedevelopment.gov/file-claim-unemployment-insurance-benefits.
- ຄລິກທີ່ “ສະໝັກອອນລາຍດຽວນີ້”.
- ຝ່າຍພັດທະນາແຮງງານຂອງໄອໂອວາ (IWD)ຈະພິຈາລະນາວ່າທ່ານມີສິດສຳລັບການອ້າງສິດການຫວ່າງງານຂອງລັດຫຼືບໍ່.
ຂັ້ນຕອນທີ 2: ສົ່ງຫຼັກຖານລາຍໄດ້
- ຫຼັງຈາກທ່ານໄດ້ຍື່ນຄຳຮ້ອງການອ້າງສິດປະກັນການຫວ່າງງານ, ສົ່ງຫຼັກຖານລາຍໄດ້ລຸ່ມນີ້ ໂດຍການຄລິກ "ສົ່ງຫຼັກຖານທີ່ນີ້"
- ຕື່ມຄຳຖາມໃນແບບຟອມທາງອອນລາຍໃຫ້ສຳເລັດ.
- ອັບໂຫຼດເອກະສານຫຼັກຖານລາຍໄດ້ຂອງທ່ານ. ຈຳເປັນຕ້ອງໄດ້ສ້າງປະຫວັດຄ່າຈ້າງຂອງທ່ານ. ສາມາດເຮັດສິ່ງນີ້ສຳເລັດໄດ້ໂດຍການແນບເອກະສານໃດໜຶ່ງຕໍ່ໄປນີ້:
- 2019 1099 ລາຍໄດ້ຕ່າງໆ
- 2019 W-2
- ຫຼັກຖານການຈ່າຍໃນປີ 2019
- ຫຼັກຖານການຈ່າຍໃນປີ 2020
- ແບບຟອມ 1040 - U.S. ການຄືນພາສີລາຍໄດ້ສ່ວນບຸກຄົນ
- ຕົວເລືອກເພີ່ມເຕີມໄດ້ຖືກອະທິບາຍໄວ້ທີ່ເບື້ອງລຸ່ມຂອງໜ້າການສົ່ງ
ຫຼັງຈາກສົ່ງເອກະສານແລ້ວ, ທ່ານຈະໄດ້ຮັບການແຈ້ງເຕືອນທາງອີເມວວ່າ ການສົ່ງຂອງທ່ານໄດ້ຖືກຮັບແລ້ວ
ຂັ້ນຕອນທີ 3: ຂັ້ນຕອນຖັດໄປ
- IWD ຈະກວດສອບເອກະສານລາຍໄດ້ຂອງທ່ານ ແລະ ອອກໜັງສືຢັ້ງຢືນໃຫ້ທ່ານ. ຖ້າຕ້ອງການຂໍ້ມູນເພີ່ມເຕີມ, ທ່ານຈະໄດ້ຮັບການຕິດຕໍ່ກັບ.
- ທ່ານຈະໄດ້ຮັບໜັງສືທາງໄປສະນີເປັນແຜ່ນເຈ້ຍສີຂຽວ. ບໍ່ໃຫ້ເອົາໃຈໃສ່ກັບແຈ້ງການນີ້. ມັນບໍ່ໄດ້ໃຊ້ກັບການອ້າງສິດຂອງຜູ້ມີກິດຈະການເປັນຂອງຕົນເອງ (PUA). ແຈ້ງການນີ້ສ້າງຂຶ້ນໂດຍລະບົບ ແລະ ບໍ່ນຳໄປໃຊ້ກັບການອ້າງສິດຂອງຜູ້ມີກິດຈະການເປັນຂອງຕົນເອງ. ຖ້າທ່ານໄດ້ສົ່ງຫຼັກຖານລາຍໄດ້ແລ້ວ, ທ່ານບໍ່ຈຳເປັນຕ້ອງດຳເນີນການອື່ນໆ ຫຼັງຈາກໄດ້ຮັບການແຈ້ງເຕືອນນີ້. ຖ້າທ່ານສະໜອງເອກະສານຍັງບໍ່ທັນພຽງພໍ, ທ່ານຈະໄດ້ຮັບການຕິດຕໍ່ ຖ້າມີຂໍ້ມູນເພີ່ມເຕີມ. ທ່ານບໍ່ຈຳເປັນຕ້ອງດຳເນີນການໃດໆເພີ່ມເຕີມຫຼັງຈາກທ່ານໄດ້ຮັບແຈ້ງການ ນອກຈາກວ່າພວກເຮົາຕິດຕໍ່ທ່ານໂດຍກົງ.
- ທ່ານຈະຕ້ອງສືບຕໍ່ຍື່ນໃບສະໝັກການອ້າງສິດປະຈຳອາທິດຂອງທ່ານ. ເມື່ອຫຼັກຖານລາຍໄດ້ຂອງທ່ານໄດ້ຮັບການກວດສອບ ແລະ ອະນຸມັດແລ້ວ, ທ່ານຈະໄດ້ຮັບເງິນສຳລັບອາທິດກ່ອນໜ້າທັງໝົດທີ່ທ່ານໄດ້ລາຍງານ.
ສົ່ງຫຼັກຖານທີ່ນີ້
ຂັ້ນຕອນຕໍ່ໄປສຳລັບຜູ້ທີ່ມີກິດຈະການເປັນຂອງຕົນເອງ, ຜູ້ຮັບເໝົາອິດສະຫຼະ, ແຮງງານຮັບຈ້າງທົ່ວໄປ, ພະນັກງານທີ່ບໍ່ມີຜົນກຳໄລ, ພະນັກງານອິດຈະຫຼະ, ອື່ນໆ:
- ແຜ່ນສີຂຽວ: ຖ້າທ່ານໄດ້ຍື່ນການອ້າງສິດການຫວ່າງງານ ແລະ ເປັນຜູ້ທີ່ມີກິດຈະການເປັນຂອງຕົນເອງ, ຜູ້ຮັບເໝົາອິດສະຫຼະ, ແຮງງານຮັບຈ້າງທົ່ວໄປ, ອື່ນໆ, ກະລຸນາຢ່າສົນໃຈແບບຟອມທີ່ທ່ານໄດ້ຮັບຈາກ IWD ໃນເຈ້ຍສີຂຽວ. ເປັນແບບຟອມມາດຕະຖານທີ່ຄອມພິວເຕີສ້າງຂຶ້ນ ແລະ ບໍ່ສົ່ງຜົນກະທົບຕໍ່ການອ້າງສິດຂອງທ່ານ. ບໍ່ຈຳເປັນຕ້ອງດຳເນີນການເພີ່ມເຕີມໃນເວລານີ້.
- ຖ້າທ່ານຍັງບໍ່ໄດ້ໃຫ້ເອກະສານພຽງພໍ
- ທ່ານຈະໄດ້ຮັບການຕິດຕໍ່ຈາກ IWD ຜ່ານທາງໂທລະສັບ.
- ເມື່ອໃບສະໝັກການອ້າງສິດການຫວ່າງງານໄດ້ຮັບການກວດສອບແລ້ວ:
- ທ່ານຍັງຈະໄດ້ຮັບໜັງສືວ່າການອ້າງສິດຂອງທ່ານຖືກອະນຸມັດແລ້ວ ຫຼື ຖືກປະຕິເສດ ແລະ ທ່ານຈະໄດ້ຮັບອີເມວຖ້າການອ້າງສິດຂອງທ່ານຖືກອະນຸມັດ.
- ຖ້າການອ້າງສິດຂອງທ່ານໄດ້ຮັບການອະນຸມັດ, ທ່ານຈະເລີ່ມໄດ້ຮັບການຈ່າຍເງິນໃນ 5-7 ວັນ.
- ຖ້າການອ້າງສິດຂອງທ່ານຖືກປະຕິເສດ, ທ່ານຈະມີເວລາ 60 ວັນໃນການຍື່ນອຸທອນ.
Additional resources:
Unemployment Insurance for Self-Employed Q & A (April 16, 2020)